ແຜນງານແຫ່ງຊາດ ການປະກອບສ່ວນແກ້ໄຂບັນຫາການຫຼຸດຜ່ອນການ ປ່ຽນແປງດິນຟ້າອາກາດຂອງ ສປປ.ລາວ: ຄວາມຄືບໜ້າ, ໂອກາດ ແລະ ສິ່ງທ້າທາຍໃນຂະແໜງການປ່າໄມ

Download options
Download document

ຂໍ້ຄວາມສຳຄັນ:

  • ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (ຕໍ່ຈາກນີ້ໄປເອີ້ນວ່າ “ສປປ.ລາວ”) ໄດ້ສົ່ງ ແຜນງານແຫ່ງຊາດ ການປະກອບສ່ວນແກ້ໄຂບັນຫາການ ປ່ຽນແປງດິນຟ້າອາກາດ ໃນເດືອນກັນຍາ 2015, ເປັນປະເທດອຳທິດໃນ ພາກພື້ນອາຊີ. ຊຶ່ງແຜນງານແຫ່ງຊາດ ການປະກອບສ່ວນແກ້ໄຂບັນຫາການ ປ່ຽນແປງດິນຟ້າອາກາດ ແມ່ນເປັນ ການພັດທະນາມາຈາກບັນດານະໂຍບາຍທີ່ກ່ຽວຂ້ອງກັບ ການພັດທະນາ ແລະ ການປ້ອງກັນສິ່ງແວດລ້ອມ. ໃນນັ້ນ ລັດຖະບານມີເປົ້າໝາຍໃນການນຳໃຊ້ຄວາມ ສາມາດທາງດ້ານສະຖາບັນການຈັດຕັ້ງ ແລະ ແຫຼ່ງງົບປະ ມານທີ່ມີຢູ່ ເຂົ້າໃນການຈັດຕັ້ງປະຕິບັດກິດຈະກຳ ເປົ້າໝາຍທີ່ໄດ້ກຳນົດໃນ ແຜນງານແຫ່ງຊາດ ການປະກອບ ສ່ວນແກ້ໄຂບັນຫາການປ່ຽນແປງດິນຟ້າອາກາດ ຕາມແຜນການທີ່ວາງໄວ້.
  • ມາຮອດປະຈຸບັນນີ້, ການຈັດຕັ້ງປະຕິບັດ ແຜນງານແຫ່ງຊາດ ການປະກອບສ່ວນແກ້ໄຂບັນຫາການປ່ຽນແປງດິນ ຟ້າອາກາດ ໃນ ສປປ.ລາວ ແມ່ນ ມີຫຼາຍ ກິດຈະກຳທີ່ມີຄວາມຄືບໜ້າ ແລະ ກໍມີຫຼາຍກິດຈະກຳທີ່ຍັງບໍ່ທັນມີ ຄວາມຄືບໜ້າເທົ່າທີ່ຄວນ; ເຊັ່ນຂະແໜງການພະລັງງານ ໄດ້ວາງເປົ້າໝາຍຮອດປີ 2020 ໃຫ້ປະຊາຊົນຈຳນວນ 90% ຂອງປະກອນທັງໝົດໃນຂອບເຂດທົ່ວປະເທດໄດ້ນຳໃຊ້ໄຟຟ້າ, ປະຈຸບັນມີປະຊາຊົນຈຳນວນ 95% ຂອງ ປະຊາກອນ ທັງໝົດໃນຂອບເຂດທົ່ວປະເທດ ແມ່ນໄດ້ນຳໃຊ້ໄຟຟ້າ, ຊຶ່ງຖືວ່າຈັດຕັ້ງປະຕິບັດ ໄດ້ແມ່ນລື່ນຄາດ ໝາຍທີ່ວາງໄວ້. ແຕ່ກົງກັນຂ້າມ, ຂະແໜງການປ່າໄມ້ໄດ້ ວາງເປົ້າໝາຍຮອດປີ 2020 ຈະເພີ່ມ ຄວາມປົກຫຸ້ມ ຂອງປ່າໄມ້ໃຫ້ໄດ້ 70% ຂອງເນື້ອທີ່ທົ່ວປະເທດ, ຊຶ່ງມາຮອດປະຈຸບັນນີ້ ແມ່ນຍັງເຮັດບໍ່ທັນໄດ້ ຕາມ ເປົ້າໝາຍ ດັ່ງກ່າວ.
  • ສປປ.ລາວ ມີຄວາມມຸ້ງໝັ້ນທາງດ້ານການເມືອງສູງ. ລັດຖະບານໄດ້ມອບໃຫ້ກົມຄຸ້ມຄອງການປ່ຽນແປງດິນຟ້າ ອາກາດ ຂອງກະຊວງຊັບພະຍາກອນ ທຳມະຊາດ ແລະ ສິ່ງແວດລ້ອມ ເປັນໃຈກາງໃນການປະສານງານ ການຈັດ ຕັ້ງປະຕິບັດວຽກງານຂອງແຜນງານແຫ່ງຊາດ ການປະກອບສ່ວນແກ້ໄຂບັນຫາ ການປ່ຽນແປງດິນຟ້າອາກາດ ໃນ ສປປ.ລາວ. ໃນຄະນະດຽວກັນນັ້ນ, ລັດຖະບານກໍໄດ້ປະກາດນຳໃຊ້ບັນດາກົດໝາຍ ແລະ ລະບຽບການທີ່ກ່ຽວ ຂ້ອງ ຈຳນວນໜຶ່ງ ໂດຍສະເພາະແມ່ນ ກົດໝາຍປ່າໄມ້ສະບັບປັບປຸງໃໝ່ ໄດ້ປະກາດນຳໃຊ້ໃນເດືອນ ກັນຍາ ປີ 2019.
  • ສິ່ງທ້າທາຍຂອງ ສປປ.ລາວ ຕໍ່ກັບການຈັດຕັ້ງປະຕິບັດກິດຈະກຳໃນຂະແໜງການປ່າໄມ້ ທີ່ໄດ້ກຳນົດຢູ່ໃນ ແຜນງານແຫ່ງຊາດ ການປະກອບສ່ວນແກ້ໄຂ ບັນຫາການປ່ຽນແປງດິນຟ້າອາກາດ ແມ່ນເປັນສິ່ງທ້າທາຍອັນເກົ່າ ທີ່ ສປປ.ລາວ ເຄີຍປະເຊີນໃນໄລຍະຫຼາຍປີຜ່ານມາແລ້ວ. ໂດຍສະເພາະແມ່ນ ບັນດາ ນະໂຍບາຍ ແລະ ມາດຕາ ການ ໃນການແກ້ໄຂສາຍເຫດຂອງການທຳລາຍປ່າໄມ້ ແລະ ການເຮັດໃຫ້ປ່າໄມ້ເສື່ອມໂຊມ ແມ່ນຍັງບໍ່ໄດ້ຖືກ ນຳໄປ ຈັດຕັ້ງ ປະຕິບັດໃນພື້ນທີ່ຕົວຈິງເທົ່າທີ່ຄວນ; ການປະສານງານລະຫວ່າງຂະແໜງການທີ່ກ່ຽວຂ້ອງຍັງເຮັດບໍ່ ທັນໄດ້ດີເທົ່າທີ່ຄວນ; ຍັງຂາດຂໍ້ມູນທີ່ຖືກຕ້ອງ ແລະ ເຊື່ອຖືໄດ້; ຍັງບໍ່ທັນມີການຈັດການສະຖາບັນໃຫ້ເໝາະສົມ ສຳລັບ ການຄຸ້ມຄອງປ່າໄມ້ແບບຍືນຍົງ ແລະ ການມີສ່ວນຮ່ວມຂອງປະຊາຊົນທ້ອງຖິ່ນໃນການ ຄຸ້ມຄອງປ່າໄມ້ ແບບຍືນຍົງ; ພ້ອມດຽວກັນນັ້ນ ກໍຍັງຂາດງົບປະມານໃນການຈັດຕັ້ງປະຕິບັດບັນດາກິດຈະກຳໃນຂະແໜງການ ປ່າໄມ້ ທີ່ໄດ້ກຳນົດໃນ ແຜນ ງານແຫ່ງຊາດ ການປະກອບສ່ວນແກ້ໄຂບັນຫາການປ່ຽນແປງດິນຟ້າອາກາດ.
  • ເພື່ອເຮັດໃຫ້ມີຜົນສຳເລັດໃນການຈັດຕັ້ງປະຕິບັດບັນດາກິດຈະກຳເປົ້າໝາຍທີ່ໄດ້ກຳນົດໃນ ແຜນງານແຫ່ງຊາດ ການປະກອບສ່ວນແກ້ໄຂບັນຫາການ ປ່ຽນແປງດິນຟ້າອາກາດ, ສປປ.ລາວ ມີຄວາມຈຳເປັນຈະຕ້ອງໄດ້ມີ ການ ຈັດຕັ້ງປະຕິບັດບັນດານະໂຍບາຍ ແລະ ມາດຕາການຕ່າງໆທີ່ກ່ຽວຂ້ອງ ເພື່ອໃຫ້ ເກີດການປ່ຽນແປງຢູ່ໃນ ພື້ນທີ່ ຕົວຈິງ (ເຊັນ: ຕ້ອງມີງົບປະມານ, ເພີ່ມຄວາມເປັນເຈົ້າການຂອງຂະແໜ່ງການ ຫຼື ໜ່ວຍງານທີ່ກ່ຽວຂ້ອງ ໃນ ການຈັດຕັ້ງ ປະຕິບັດກິດຈະກຳເປົ້າໝາຍໃນຂະແໜງການປ່າໄມ້, ມີການຊົດເຊີຍຕາມຜົນງານ ແລະ ອື່ນໆ).
  • ຈຳເປັນຈະຕ້ອງໄດ້ມີການແກ້ໄຂຊ່ອງຫວ່າງທາງດ້ານຄວາມຮູ້ ເພື່ອເປັນຂໍ້ມູນປະກອບສ່ວນໃຫ້ລັດຖະບານ ແລະ ຜູ້ໃຫ້ທຶນນຳໄປ ປັບປຸງບັນດາກິດຈະກຳ ເປົ້າໝາຍຂອງ ແຜນງານແຫ່ງຊາດ ການປະກອບສ່ວນແກ້ໄຂບັນຫາການ ປ່ຽນແປງດິນຟ້າອາກາດ ແລະ ເພື່ອເຮັດໃຫ້ບັນດາກິດຈະກຳເປົ້າໝາຍໄດ້ຖືກນຳ ໄປຈັດຕັ້ງປະຕິບັດໃຫ້ມີປະສິດ ທິຜົນສູງ. ໃນນັ້ນ ລວມມີທັງການປະເມີນໝາກຜົນຂອງການຈັດຕັ້ງປະຕິບັດບັນນດານະໂຍບາຍ ແລະ ມາດຕາ ການທີ່ ກ່ຽວຂ້ອງກັບ ການປົກປັກຮັກສາປ່າໄມ້ ແລະ ການພັດທະນາແບບຍືນຍົງ; ຄວນມີການປະເມີນຜົນຂອງ ການຈັດຕັ້ງປະຕິບັດກິດຈະກຳ ທີ່ກຳນົດໃນແຜນ ງານແຫ່ງຊາດ ການປະກອບສ່ວນແກ້ໄຂບັນຫາການປ່ຽນແປງ ດິນຟ້າອາກາດ ຮ່ວມຂະແໜງການ ເພື່ອໃຫ້ຮູ້ເຖິງຜົນສຳເລັດຂອງການຈັດຕັ້ງປະຕິບັດ ບັນດາກິດຈະກຳເປົ້າໝາຍ ຂອງ ແຜນງານແຫ່ງຊາດ ການປະກອບສ່ວນແກ້ໄຂບັນຫາການປ່ຽນແປງດິນ ຟ້າອາກາດ ທີ່ສາມາດສະໜັບສະ ໜູນການຈັດຕັ້ງ ປະຕິບັດຍຸດທະສາດ ການເຕີບໂຕສີຂຽວ ແລະ ການພັດທະນາແບບຍືນຍົງ ໂດຍເອົາກິດຈະກຳທີ່ ກ່ຽວຂ້ອງກັບ ການແກ້ໄຂບັນຫາ ການປ່ຽນແປງດິນຟ້າ ອາກາດເຂົ້າໃນແຜນພັດທະນາເສດຖະກິດສັງຄົມແຫ່ງ ຊາດ ແລະ ທັງເປັນການຈັດຕັ້ງປະຕິ ບັດຂໍ້ຕົກລົງ ປາຣີ ໃນແຕ່ລະຊ່ວງໄລຍະໃຫ້ເໝາະສົມ.
Authors: Vongvisouk, T.; Thongmanivong, S.; Komany, S.; Inthaboualy, I.; Pham, T.T.; Moeliono, M.; Bong, I.W.; Phompila, C.
Subjects: environment, policy, climate change, deforestation
Publication type: Brief, Publication
Year: 2020

Back to top

Sign up to our monthly newsletter

Connect with us